ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ແຂວງ ລ້າງເຊີນ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ລ້າງເຊີນ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ເປົ້າໝາຍການເຕີບໂຕ “ສອງຕົວເລກ”; ການປ່ອຍເງິນລົງທຶນພາກລັດ; ການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຊັ້ນ; ເລື່ອງຜັນຂະຫຍາຍປະຕິບັດມະຕິສະບັບເລກທີ 57 – NQ/TW ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ; ກໍຄືການແກ້ໄຂຄວາມຫຍຸ້ງຍາກ, ສິ່ງກີດຂວາງຂອງທ້ອງຖິ່ນ.
ເມື່ອກ່າວຄຳເຫັນສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ແຂວງ ລ້າງເຊີນ ກຳນົດຮູບແບບການເຕີບໂຕທີ່ເໝາະສົມກັບທ່າໄດ້ປຽບພິເສດສະເພາະຂອງແຂວງເຂດຊາຍແດນຢ່າງຈະແຈ້ງ.
“ທາງແຂວງ ຕ້ອງສຸມໃສ່ການດຶງດູດບັນດາໂຄງການອຸດສາຫະກຳ ແລະ ບັນດາໂຄງການທ່ອງທ່ຽວ, ຍູ້ໄວການຜັນຂະຫຍາຍບັນດາໂຄງການນັ້ນ. ຮີບເຮັ່ງຜັນຂະຫຍາຍແຜນຜັງຂອງແຂວງ ທີ່ຫາກໍ່ໄດ້ຮັບການອະນຸມັດຜ່ານຢ່າງມີປະສິດທິຜົນ, ດັດປັບເພື່ອຈັດຕັ້ງຮູບແບບການພັດທະນາຕາມແກນດຽວ, ສອງແລວເສດຖະກິດ ແລະ ສາມເຂດເສດຖະກິດສັງຄົມ ຕິດພັນກັບການປັບປຸງແຜນຜັງຕົວເມືອງ ແລະ ຊົນນະບົດໃຫ້ສົມບູນແບບ. ພິເສດ, ກວດຄືນແຜນຜັງບັນດາເຂດ, ກຸ່ມເຂດອຸດສາຫະກຳໃນປັດຈຸບັນຢ່າງລະອຽດ ເພື່ອເປັນຮາກຖານດຶງດູດການລົງທຶນ. ຕ້ອງມີບັນດາໂຄງການສົ່ງເສີມການລົງທຶນກັບບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ນັກລົງທຶນ ຈີນ”.
