ຕອນ​ບ່າຍ​ວັ​ນ​ທີ 2 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ການ​ເງິນ​ສາ​ກົນ​ຢູ່ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຮຽກຮ້ອງຮີບເຮັ່ງ​ນຳ​ສູນ​ການ​ເງິນ​ສາ​ກົນ ເຂົ້າ​ເຄື່ອນ​ໄຫວ. ເປົ້າ​ໝາຍ​ລຸ​ລ່ວງ​ແມ່ນ​ສ້າງ​ສູນ​ດ້ວຍ​ແລວ​ທາງ​ນິ​ຕິ​ກຳ​ຢ່າງແຮງ, ​ໂປ່ງ​ໃສ, ຈະ​ແຈ້ງເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ; ສ້າງ​ກົນ​ໄກ​ບຸກ​ທະ​ລຸ​ໃຫ້​ສຳ​ເລັດ​ໂດ​ຍໄວ​ເພື່ອ ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ. ນີ້​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ມາດ​ຕະ​ກາ​ນ​ສຳ​ຄັນ​ເພື່ອ​ລະ​ດົມ​ແຫຼ່ງ​ທຶນ​ໄລ​ຍະ​ກາງ ແລະ ຍາວ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ. ຫວຽດ​ນາມ ຕ້ອງ​ມີ​ກົນ​ໄກ, ນະ​ໂຍ​ບາຍ​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ​ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ​ແຕ່​ຍັງ​ຄຸ້ມ​ຄອງ, ຄວບ​ຄຸມ​ໄດ້​ຄວາ​ມ​ສ່ຽງ, ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຮັບ​ປະ​ກັນ​ການ​ເຕີ​ບ​ໂຕ​ແບບ​ຍືນ​ຍົງ.