ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍພັນລະນາ ເລີ່ມເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ (ພາບ: VOV) |
ກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ອົດສະຕາລີ ຄົບຮອບ 50 ປີ ໄດ້ດຳເນີນແຕ່ວັນທີ 4 - 6 ມີນາ, ສຸມໃສ່ 4 ຂົງເຂດຫຼັກຄື: ການດຳເນີນທຸລະກິດ, ການນຳທີ່ຫາກໍພົ້ນເດັ່ນ, ດິນຟ້າອາກາດ ແລະ ພະລັງງານສະອາດ, ການຮ່ວມມືໃນການເດີນເຮືອ. ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະຊ່ວຍສ້າງກຳລັງແຮງໃໝ່ອັນແຮງກ້າເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອົດສະຕາລີ ແລະ ນິວຊີແລນ ເລິກເຊິ່ງຂຶ້ນຕື່ມ.
ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໃຫ້ຮູ້ວ່າ ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຄັ້ງນີ້ ມີຄວາມໝາຍພິເສດທີ່ສຸດ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ການນຳຂັ້ນສູງ ອາຊຽນ ແລະ ອົດສະຕາລີ ພ້ອມກັນຫວນຄືນ, ຕີລາຄາຢ່າງສັງລວມການພົວພັນລະຫວ່າງສອງຝ່າຍໃນຕະຫຼອດໄລຍະ 50 ຜ່ານມາ. ພ້ອມດຽວກັນນັ້ນ, ກໍແມ່ນໂອກາດເພື່ອໃຫ້ການນຳສອງຝ່າຍແລກປ່ຽນ, ວາງອອກວິໄສທັດ, ທິດທາງ ແລະ ມາດຕະການລະອຽດ ເພື່ອເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.
ໃນແງ່ມູມສອງຝ່າຍ, ການຢ້ຽມຢາມ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນຕີລາຄາບັນດາບາດກ້າວພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ, ພິເສດໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ໃນການຢ້ຽມຢາມ ນິວຊີແລນ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ, ສອງຝ່າຍຈະແລກປ່ຽນກ່ຽວກັບບັນດາມາດຕະການແນໃສ່ຍູ້ແຮງການພົວພັນສອງຝ່າຍກວ່າອີກ.
ຫວູຄວຽນ

