ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ລະບົບໂຄງການອາຍແກັດ - ໄຟຟ້າ ແປງ B - ໂອໂມນ ແມ່ນໂຄງການຈຸດສຸມແຫ່ງລັດ ກ່ຽວກັບນ້ຳມັນອາຍແກັດ, ແມ່ນລະບົບໂຄງການອາຍແກັດ ໄຟຟ້າ ທີ່ມີຂອບຂະໜາດໃຫຍ່ສຸດຂອງ ຫວຽດນາມ ໃນປັດຈຸບັນ, ມີບົດບາດສຳຄັນໃນຍຸດທະສາດສ້າງຄວາມດຸ່ນດ່ຽງລະຫວ່າງຄວາມຕ້ອງການ ກັບລະບົບການສະໜອງ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ຂອງ ຫວຽດນາມ.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ໃນຍຸດທະສາດ, ແຜນກຳນົດສັງລວມພັດທະນາພະລັງງານສັງລວມແຫ່ງຊາດ, ລັດຖະບານ ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາແບບຍືນຍົງຂອງຂະແໜງນ້ຳມັນອາຍແກັດ ຫວຽດນາມ, ໂດຍສະເພາະແມ່ນການພັດທະນາອຸດສາຫະກຳອາຍແກັດ. ໃນນັ້ນ, ສົ່ງເສີມການລົງທຶນ ຂຸດຄົ້ນນ້ຳມັນອາຍແກັດຢູ່ເຂດໄຫຼ່ທະວີບ ຫວຽດນາມ, ໂດຍສະເພາະແມ່ນຢູ່ເຂດນ້ຳເລິກ, ຢູ່ນອກຝັ່ງ; ໃຫ້ບຸລິມະສິດໃນການນຳອາຍແກັດທຳມະຊາດທີ່ຂຸດຄົ້ນຈາກເຂດໄຫຼ່ທະວີບ ຫວຽດນາມ ເຂົ້າມາຮັບໃຊ້ການຜະລິດໄຟ້ຟາ ແລະ ອຸດສາຫະກຳ ແລະ ພົນລະເຮືອນ.
ຫວູຄວຽນ.

