ວັນທີ 05 ມິຖຸນາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກ ໄທ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 ແຕ່ວັນທີ 08 – 09 ມິຖຸນາ.
ການຢ້ຽມຢາມ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ.
