ທ່ານນາຍົກລັດຖະມົນຕີ Han Duck-soo ແລະ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: TTXVN) |
ໂດຍຂ່ຳນັບຮັບຕ້ອນທ່ານພົນເອກ ຟານວັນຢາງທີ່ມາຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການຄັ້ງທຳອິດ ໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ Han Duck-soo ເນັ້ນໜັກວ່າ ສ.ເກົາຫຼີ ຖືຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດໃນພາກພື້ນ, ທ່ານຫວັງວ່າ ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືປ້ອງກັນຊາດ. ສ່ວນທ່ານລັດຖະມົນຕີ ຟານວັນຢາງ ແຈ້ງໃຫ້ຊາບໝາກຜົນຂອງການເຈລະຈາກັບລັດຖະມົນຕີກະຊວງການປ້ອງກັນປະເທດ Lee Jong-sup; ທ່ານສະແດງຄວາມຫວັງຢາກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ມີຄວາມເອົາໃຈໃສ່ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ທ່ານລັດຖະມົນຕີ ຟ້ານວັນຢາງ ກໍ່ຫວັງວ່າ ທ່ານນາຍົກລັດຖະມົນຕີ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນເພື່ອໃຫ້ກະຊວງປ້ອງກັນປະເທດສອງປະເທດຮ່ວມມືກັນຢ່າງແທດຈິງ, ມີປະສິດທິຜົນຫຼາຍກ່ວາອີກໃນໄລຍະຈະມາເຖິງ.

