ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ລາວກາຍ, ທີ່ການເຮັດວຽກກັບຄະນະປະຈຳພັກແຂວງ ລາວກາຍ ກ່ຽວກັບສະພາບການປະຕິບັດໜ້າທີ່ການເມືອງ ໄລຍະ 6 ເດືອນຜ່ານມາ, ທິດທາງ, ໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີແຂວງລາວກາຍ ຕ້ອງມີມາດຕະການບຸກທະລຸໃນຈິນຕະນາການ ແລະ ຜັນຂະຫຍາຍການກະທຳ; ຫັນທ່າໄດ້ປຽບກາຍເປັນມາດຕະການ, ໜ້າທີ່ລະອຽດ; ສູ້ຊົນບັນລຸເປົ້າໝາຍການເຕີບໂຕທັງປີ 2026 ບັນລຸ 10,5 – 11%. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີແຂວງລາວກາຍ ປ່ຽນແປງຮູບແບບການເຕີບໂຕອີງຕາມການຍູ້ແຮງການໝູນໃຊ້ເຕັກໂນໂລຢີ, ຫັນເປັນດີຈີຕອນ; ຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດໄປສູ່ບັນດາຂະແໜງເສດຖະກິດກຳລັງໜູນ. ສຸມໃສ່ພັດທະນາເສດຖະກິດເຂດຊາຍແດນ, ສ້າງສູນ logistics ອັດສະລິຍະ, ທັນສະໄໝ; ພັດທະນາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ; ພັດທະນາກະສິກຳຊີວະສາດ, ໝູນວຽນ, ພັດທະນາບັນດາຜະລິດຕະພັນຫຼັກແຫຼ່ງ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ, ການບໍລິການ. ສະເພາະໃນວຽກງານກະກຽມໃຫ້ສົກຮຽນໃໝ່ປີ 2026 – 2027 ໃຫ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ສະເໜີທາງແຂວງລາວກາຍ ຮັບປະກັນການກໍ່ສ້າງສຳເລັດ 4 ໂຮງຮຽນກິນນອນຊົນເຜົ່າຫຼາຍຂັ້ນຄັ້ງທີ 1 ໃນວັນທີ 30 ສິງຫາ.
