ນາປານ ກຳລັງຍູ້ໄວວຽກງານກູ້ໄພກູ້ຊີບ ແລະ ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍ ພາຍຫຼັງເຫດນ້ຳໄຫຼຊູທີ່ຮ້າຍແຮງ ລຽບຕາມເຂດຊາຍແດນ Himalaya ກັບ ຈີນ. ຕາມກອງທັບ ນາປານ, ໄລ່ຮອດວັນທີ 29 ສິງຫາ, ກຳລັງກູ້ໄພປູ້ຊີບ ໄດ້ສົ່ງ ປຊຊ ເນປານ 481 ຄົນອອກຈາກເຂດຖືກຜົນສະທ້ອນ. ສ່ວນພົນລະເມືອງຕ່າງປະເທດແມ່ນມີ 50 ຄົນໄດ້ຮັບການກູ້ຊີບລວມມີພົນລະເມືອງ ຈີນ 42 ຄົນ, ພົນລະເມືອງ ອິນເດຍ 8 ຄົນ. 274 ຖ້ຽວບິນເຮລີຕອບເຕີໄດ້ປະຕິບັດການຂົນສົ່ງສິນຄ້າກູ້ຊ່ວຍ ແລະ ຊອກຫາຜູ້ຫາຍສາຍສູນ, ກູ້ໄພກູ້ຊີບ.
ທ່ານ Shisir Khanal ລັດຖະມົນຕີການຕ່າງປະເທດ ເນປານ ໃຫ້ຮູ້ວ່າ ຈຳນວນຜູ້ຖືກກູ້ໄພກູ້ຊີບທັງໝົດພາຍຫຼັງເຫດໄພພິບັດເປັນເວລາ 3 ວັນແມ່ນກ່ວາ 4450 ຄົນ, ໃນນັ້ນມີຊາວຕ່າງປະເທດ 200 ຄົນ; ສາກສົບຂອງ 626 ຄົນໄດ້ຊອກເຫັນ ແລະ ປະມານ 2400 ຄົນຍັງຫາຍສາຍສູນ.
