ວັນທີ 26 ມີນາ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ມີຄວາມວິຕົກວັງວົນວ່າ: ສະພາບການຂາດຄວາມເປັນລະບຽບຮຽບຮ້ອຍໃນປະຈຸບັນຢູ່ປະເທດນີ້ອາດຈະສືບຕໍ່ເກີດຂຶ້ນ ແລະ ບໍ່ມີຫຍັງສາມາດຮັບປະກັນວ່າການເລືອກຕັ້ງຄັ້ງໃຫຍ່ຈະມາເຖິງອາດຈະໄດ້ດຳເນີນໃນສະພາບສັນຕິພາບ.
ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ເນັ້ນໜັກວ່າ: ລັດຖະບານໄດ້ມານະພະຍາຍາມ ແລະ ສະພາບການຂອງປະເທດຊາດໃນປະຈຸບັນພວມມີຄວາມຄືບໜ້າຫຼາຍເມື່ອທຽບໃສ່ປີ 2014 ເມື່ອກອງທັບດຳເນີນການກໍ່ລັດຖະປະຫານ, ແຕ່ບາງກຳລັງຍັງຄົງຕັ້ງໃຈຫາວິທີກໍ່ຄວາມວຸ້ນວາຍ. ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໄດ້ອອກຄຳສັ່ງຕິດຕາມກວດກາບັນດາການເຄື່ອນໄຫວຂອງບັນດາກຸ່ມຈັດຕັ້ງການແຫ່ຂະບວນປະທ້ວງ ທີ່ກໍ່ຄວາມກົດດັນທວງເອົາການໂຄນລົ້ມອຳນາດການປົກຄອງການທະຫານໃນໄລຍະຜ່ານມາ. ວົງການຜູ້ສັງເກດການດ້ານການເມືອງຢູ່ ໄທ ຮັບຮູ້ວ່າ: ຄາດວ່າ ເວລາຈັດຕັ້ງການເລືອກຕັ້ງໃນເດືອນ ກຸມພາ 2019 ແມ່ນອາດຈະສືບຕໍ່ຖືກໂຈະໄວ້.
