ຕອນ​ບ່າຍ​ວັນ​ທີ 26 ສິງ​ຫາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ​່າ​ໂນ້ຍ, ທ່ານ ເລມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ​ເດືອນ ສິງ​ຫາ 2026 (ວາ​ລະ​ປະ​ຊຸມ​ທີ 2) ເພື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ 11 ສະ​ບັບ​ທີ່​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ທີ່ກອງ​ປະ​ຊຸມ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16.

ກ່າວ​ຄຳ​ເຫັນ​ສະ​ຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຊີ້​ນຳ​ກວດ​ກາ​ຄືນ​ລັກ​ສະ​ນະ​ຖືກ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ຖືກ​ຕາມ​ກົດ​ໝາຍ, ຄົບ​ຊຸດ ແລະ ຄວາມ​ເປັນ​ໄປ​ຂອງ​ລ​ະ​ບົບ​ກົດ​ໝາຍຢ່າງ​ລະ​ອ​ຽດ; ບໍ່​ນຳ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ຄົບ​ຖ້ວນ ຫຼື ບໍ່​ຮັບ​ໃຊ້​ເປົ້າ​ໝາຍ​ປັບ​ປຸງ​ເຂົ້າ​​ໃນ​ຮ່າງ​ກົດ​ໝາຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ກະ​ກຽມ​ວຽກ​ງານ​ສ້າງ​ກົດ​ໝາຍ​ແຕ່​ໄວ, ແຕ່​ໄກ, ພ້ອມ​ກັນ​ນັ້ນ, ຮ່າງ​ກົດ​ໝາຍ​ສະ​ບັບ​ຕ່າງໆ​ຕ້ອງ​ກຳ​ນົດ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ການ​ປະ​ຕິ​ບັດ ແລະ ມາດ​ຕາ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ.

“ພວກ​ເຮົາ​ຕ້ອງ​ເຮັດ​ແຈ້ງ​ເນື້ອ​ໃນ​ຂອງ​ກົດ​ໝາຍ, ຂໍ້​ກຳ​ນົດ​ນັ້ນ​ດັດ​ປັບ​ຂອ​ບ​ຂະ​ໜາດ​ຮອດ​ໃສ, ສິດ​ອຳ​ນາດ​ຄື​ແນວ​ໃດ. ຄົ້​ນ​ຄວ້າ​ຢ່າງ​ລະ​ອຽດ, ລຸ​ລ່​ວງ​ໃນ​ວິ​ວັດ​ການ, ກຳ​ແໜ້ນ​ສະ​ພາບ​ການ, ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ຊ​່ຽວ​ຊານ, ຕີ​ລ​າ​ຄາ​ຜົນ​ກະ​ທົບ​ເພື່ອ​ສະ​ເໜີ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງຕໍ່​ລັດ​ຖະ​ບານ, ກັບ​ບັນ​ດາ​ອົງ​ການ​ເປັນປະ​ທານ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ຮຽກ​ຮ້ອງ​ການ​ຄ​ວບ​ຄຸມ​ສິດ​ອຳ​ນາດ​ຢ່າງ​​ເຄັ່ງ​ຂັດ, ປ້ອງ​ກັນ, ຕ້ານ​ສິ່ງ​ຫ​ຍໍ້​ທໍ​້​ໃນ​ການ​ສ້າງ​ກົດ​ໝາຍ.