ການປ່ອນບັດກ່ຽວກັບບັນຫາເອກະລາດຂອງເຂດ Catalunya ແມ່ນຜິດກົດໝາຍ (ພາບ: AFP/TTXVN) |
ຕາມທ່ານນາຍົກລັດຖະມົນຕີ Mariano Rahoy ແລ້ວ, ປະຊາຊົນເຂດ Catalunya ເກືອບທັງໝົດບໍ່ຢາກເຂົ້າຮ່ວມການລົງປະຊາມະຕິ ຊຶ່ງອຳນາດການປົກຄອງເຂດໄດ້ຂຶ້ນແຜນຈັດຕັ້ງ. ທ່ານນາຍົກລັດຖະມົນຕີ Mariano Rahoy ກໍ່ເຕື້ອງຄືນວ່າ ບັນດາການນຳເຂດ Catalunya ເຂົ້າໃຈແຈ້ງວ່າ ການປ່ອນບັດດັ່ງກ່າວ ແມ່ນຜິດກົດໝາຍ, ແຕ່ເຂົາເຈົ້າຍັງຄົງສືບຕໍ່ດຳເນີນ.ນັບແຕ່ເມື່ອກ່ອນຈົນມາຮອດປັດຈຸບັນ ສານລັດຖະທຳມະນູນ ແລະ ອຳນາດການປົກຄອງຂັ້ນສູນກາງ ແອັດສະປາຍ ຍາມໃດກໍ່ຢືນຢັນວ່າ ການລົງປະຊາມະຕິຢູ່ເຂດ Catalunya ການກະທຳທີ່ຝືນກັບລັດຖະທຳມະນູນ ທັງໄປຝືນກັບບັນດາຈຸດໝາຍ ແລະ ອຸດົມຄະຕິຂອງສະຫະພາບ ເອີຣົບ (ອີຢູ). ປັດຈຸບັນ ລັດຖະບານ ແອັດສະປາຍ ພວມປະຕິບັດທຸກມາດຕະການ ເພື່ອແນໃສ່ສະກັດກັ້ນກົນອຸບາຍຂອງບາງພາກສ່ວນ ທີ່ຢາກແຍກ Catalunya ກອອກຈາກປະເທດນີ້.

