ຫວຽດນາມ ໄດ້ກຳນົດວ່າ: ຄວາມສະຫງົບດ້ານການເມືອງ, ສັງຄົມ ແລະ ຄວາມມີສະຖຽນລະພາບມະຫາພາກ ແມ່ນພື້ນຖານ; ລະບອບລະບຽບການພັດທະນາ ແມ່ນບາດກ້າວບຸກທະລຸ; ເຕັກໂນໂລຊີ ແມ່ນກຳລັງແຮງ ແລະ ວິສາຫະກິດ ແມ່ນໃຈກາງ; ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນເງື່ອນໄຂສຳຄັນ; ການຕ່າງປະເທດແບບເປີດກວ້າງ ໄດ້ສ້າງຂອບເຂດ ແລະ ແຫຼ່ງກຳລັງ ໃຫ້ແກ່ການພັດທະນາ. ນີ້ແມ່ນການຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິນຮຶງ ທີ່ການສົນທະນາພາຍໃຕ້ຫົວຂໍ້ “ການກຳນົດທີ່ຕັ້ງຂອງ ຫວຽດນາມ ໃນອະນາຄົດທົ່ວໂລກ” ເຊິ່ງນອນໃນວາລະປະຊຸມຮ່ວມຄົບຄະນະຂັ້ນສູງ ຂອງເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2026, ທີ່ໄດ້ໄຂຂຶ້ນໃນຕອນເຊົ້າວັນນີ້ (28/10), ຢູ່ ນະຄອນ ໂຮ່ຈິມິນ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃຫ້ຮູ້ວ່າ: ໂດຍປະເຊີນໜ້າກັບບັນດາການຜັນຜວນດ້ານເສດຖະກິດ ແລະ ພູມສາດການເມືອງທົ່ວໂລກໃນປະຈຸບັນ, ຫວຽດນາມ ໄດ້ເປັນເຈົ້າການຮັບຮູ້, ປະເຊີນໜ້າກັບບັນດາສິ່ງທ້າທາຍ ແລະ ວາງແຜນກຳນົດບັນດາແຜນນະໂຍບາຍ, ແນວທາງຍຸດທະສາດເອງດ້ວຍຄວາມຕັດສິນໃຈນຳ ຫວຽດນາມ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່.
ພວກເຮົາໄດ້ກຳນົດວ່າ: ຄວາມເປັນເຈົ້າຕົນເອງ ບໍ່ໝາຍຄວາມວ່າຄົບວົງຈອນ, ແຕ່ ຄວາມເປັນເຈົ້າຕົນເອງແມ່ນການຍົກສູງຄວາມສາມາດໃນການຕັດສິນໃຈດ້ວຍຕົນເອງ,ພ້ອມທັງເປີດກວ້າງຂອບເຂດການພັດທະນາຜ່ານການເຊື່ອມໂຍງສາກົນຢ່າງເປັນເຈົ້າການ, ເລິກເຊິ່ງ ແລະ ມີປະສິດທິຜົນ. ຫວຽດນາມ ຈະສືບຕໍ່ຫັນຕະຫຼາດ, ຄູ່ຮ່ວມມື, ແຫຼ່ງທຶນ, ເຕັກໂນໂລຊີ, ພະລັງງານ ແລະ ຕ່ອງໂສ້ການສະໜອງໃຫ້ເປັນຫລາຍຮູບຫລາຍແບບ;ນຳໃຊ້ບັນດາສັນຍາການຄ້າເສລີທີ່ ຫວຽດນາມ ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ປັບປຸງຮັກສາສາຍພົວພັນທີ່ມີຄວາມສົມດຸນ, ມີສະຖຽນລະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມມື,ພ້ອມທັງຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫລາຍຝ່າຍ.
