(ພາບ: VOV)
ໃນຕອນຄ່ຳ ວັນທີ 28/8, ຢູ່ທີ່ນະຄອນຫຼວງ Praha, ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 81 ປີ ວັນຊາດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ (2/9/1945-2/9/2026) ຢ່າງສົມກຽດ. ເຂົ້າຮ່ວມ ແລະ ມີບົດກ່າວປາໄສມີ ທ່ານນາຍົກລັດຖະມົນຕີເຊັກໂກ Andrej Babiš, ທ່ານປະທານສະພາຕ່ຳ ສາທາລະນະລັດ ເຊັກໂກ Tomio Okamura, ທ່ານ Karel Havlicek ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າສາທາລະນະລັດ ເຊັກໂກ; ບັນດາ ເອກອັກຄະລາຊະທູດ ແລະ ຜູ້ຕາງໜ້າບັນອົງການທູຕານຸ ພ້ອມດ້ວຍ ຜູ້ແທນບັນດາ ອົງການຈັດຕັ້ງ, ສະມາຄົມ ຊາວຫວຽດນາມອາໄສຢູ່ສາທາລະນະລັດ ເຊັກໂກ.
ໂດຍຕາງໜ້າ ລັດຖະບານ ເຊັກໂກ, ທ່ານນາຍົກລັດຖະມົນຕີ Andrej Babiš ໄດ້ສົ່ງ ຄຳອວຍພອນຢ່າງອົບອຸ່ນທີ່ສຸດມາຍັງບັນດາການນຳ ແລະ ປະຊາຊົນຫວຽດນາມ ໝົດທຸກຄົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າ ທີ່ສຳຄັນທີ່ສຸດຂອງສ.ເຊັກໂກຢູ່ທີ່ ອາຊີຕາເວັນອອກສ່ຽງໃຕ້. ບັນດາວິສາຫະກິດເຊັກໂກ ແລະ ຫວຽດນາມພວມຮ່ວມມືກັນ ໃນ ບັນດາຂົງເຂດຄື: ອຸດສາຫະກຳ, ພະລັງງານ, ຄົມມະນາຄົມ, ການບິນ, ເຕັກໂນໂລຊີທັນສະໄໝ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆອີກ.
