ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປສຳຫຼວດເຂດວາງແຜນຜັງທ່າກຳປັ່ນ ເຈີ່ນເດ |
ປາກທະເລ ເຈີ່ນເດ ແມ່ນຈຸດສຸດທ້າຍຂອງແມ່ນ້ຳເຫົ້າ ທີ່ໄຫຼອອກສູ່ທະເລ. ຕາມແຜນການກໍ່ສ້າງ, ທ່າກຳປັ່ນນີ້ ສາມາດຮັບເອົາກຳປັ່ນທົ່ວໄປ ແລະ ຕູ້ຄອນເທນເນີ ດ້ວຍນ້ຳໜັກ 50.000 – 160.000 DWT. ຄາດວ່າ, ເນື້ອທີ່ທ່າກຳປັ່ນຈະມີປະມານ 550 ເຮັກຕາ.
ທ່າກຳປັ່ນເຈີນເດ ເມື່ອກໍ່ສ້າງສຳເລັດ ຈະຊ່ວຍເສີມຂະຫຍາຍບັນດາທ່າໄດ້ປຽບທາງນ້ຳໃນເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມຜ່ານລະບົບແມ່ນ້ຳ, ທ່າກຳປັ່ນທະເລໃນເຂດ.
ຕອນບ່າຍວັນທີ 27/4, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງໂຮງໄຟຟ້າພະລັງຄວາມຮ້ອນ ລອງຝູ 1 ຢູ່ຕາແສງ ລອງດຶກ, ເມືອງ ລອງຝູ ແຂວງຊອກຈັງ, ເພື່ອປຶກສາຫາລືກັບການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ລະດົມກຳລັງໃຈແກ່ພະນັກງານ ແລະ ກຳມະກອນ ປະຕິບັດ ໂຄງການ.

