ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບ 9 ແຂວງທີ່ດຳເນີນໂຄງການ (ຮຶງອຽນ, ຫາຍເຢືອງ, ໄທບິ່ງ, ນາມດິງ, ນິງບິ່ງ, ແທງຮ໋ວາ, ເງ້ອານ, ຮ່າຕິ້ງ, ກວາງບິ່ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໂຄງການສາຍສົ່ງໄຟຟ້າ 500 kV ແມ່ນໂຄງການຈຸດສຸມ ແລະ ຮີບດ່ວນ, ມີບົດບາດສຳຄັນຕໍ່ຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ພິເສດແມ່ນພາກເໜືອ.

ກ່ອນໜ້ານັ້ນ, ຕອນເຊົ້າວັນນີ້, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະໄດ້ໄປຖວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດວັດທະນະທຳລະນຶກປະທານ ໂຮ່ຈີມິນ ທີ່ນະຄອນ ແທງຮ໋ວາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ

ຕອນບ່າຍວັນທີ 28 ມັງກອນນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ຄົນງານຢູ່ເຂດອຸດສາຫະກຳ ຮ່ວາງລອງ, ນະຄອນ ແທງຮ່ວາ