(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບການນຳສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ສະມາຄົມໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງຜັນຂະຫຍາຍວຽກງານຫຼາຍດ້ານ, ປະຕິວັດໜ້າທີ່ການເມືອງ, ສັງຄົມເປັນຢ່າງດີ. ສະມາຄົມກໍ່ຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ທວງເອົາຄວາມຍຸຕິທຳ ແລະ ບັນລຸໄດ້ຜົນງານສຳຄັນ, ດຶງດູດຄວາມສົນໃຈຈາກຫາງສຽງສາກົນ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄະນະພັກແຂວງ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ, ບັນດາວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈແບ່ງປັນກັບບັນດາຜູ້ປະສົບເຄາະຮ້າຍ ເພື່ອໄດ້ຮັບບັນດາບຸລິມະສິດຂອງພັກ, ລັດ; ສະໜັບສະໜູນການຕໍ່ສູ້ທວງເອົາຄວາມຍຸຕິທຳໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະມາຄົມສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ, ປະກອບສ່ວນຫຼາຍກວ່າອີກໃນການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດມອບໝາຍໃຫ້ເປັນຢ່າງດີ.