![]() ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ |
(vovworld)- ຕອນບ່າຍວັນທີ 24/6, ຢູ່ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການຕ້ອນຮັບອະດີດນາຍົກລັດຖະມົນຕີອົດສະຕາລີ Kenvin Rudd ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມຍາມໃດກໍມີຄວາມຫວັງຢາກຍູ້ແຮງການ ພົວພັນຮ່ວມມືກັບອົດສະຕາລີໃນຫຼາຍຂົງເຂດ ແນໃສ່ຊຸກຍູ້ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດພວມບັນລຸບັນດາໝາກຜົນທີ່ດີງາມ. ວົງເງິນການຄ້າ 2 ສົ້ນເພີ່ມຄິດສະເລ່ຍ 10%ຕໍ່ປີ. ອົດສະຕາລີແມ່ນຕະຫຼາດສຳຄັນຂອງຫຼາຍປະເພດສິນຄ້າສົ່ງອອກຂອງຫວຽດນາມ, ໃນນັ້ນ ມີຜະລິດຕະພັນກະເສດ.

