|
(ພາບ: AFP/TTXVN) |
ເນື້ອໃນການດຳເນີນງານໃນການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີອິດສະຣາແອນ ຄາດວ່າຈະສຸມໃສ່ບັນດາຈຸດແຕກຕາງກັນກ່ຽວກັບຍຸດທະສາດຕໍ່ອີຣານ, ໃນສະພາບການທີ່ບັນດາຝ່າຍພວມຊອກຫາວິທີກອບກູ້ຂໍ້ຕົກລົງນິວເຄຼຍອີຣານ ພາຍຫຼັງອາເມລິກາຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ.
ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ພົບປະເຈລະຈາກັບຄູ່ຕຳແໜ່ງເຢຍລະມັນ Angela Merkel ຢູ່ເບີລິນ ໃນຕອນຄ່ຳວັນທີ 4 ມິຖຸນາ, ຫຼັງຈາກນັ້ນ ສອງຝ່າຍຈະດຳເນີນການປະຊຸມຂ່າວຮ່ວມ. ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຈະໄປຝລັ່ງ ເພື່ອພົບປະກັບທ່ານປະທານາທິບໍດີປະເທດເຈົ້າພາບ Emmanuel Macron, ໃນມື້ສຸດທ້າຍຂອງການເດີນທາງໄປເອີຣົບ, ທ່ານ Netanyahu ຈະໄປອັງກິດ ແລະ ມີການພົບປະກັບຄູ່ຕຳແໜ່ງ Theresa May.

