ທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi ພາບ: Reuters

ຄຳຖະແຫຼງໄດ້ຍົກອອກມາ ໃນສະພາວະທີ່ເຂດຊາວ Kurd ຢູ່ ອີຣັກ ພວມກະກຽມໃຫ້ການລົງປະຊາມະຕິກ່ຽວກັບຄວາມເອກະລາດ ທີ່ເຄີຍກໍ່ໃຫ້ເກີດການໂຕ້ຖຽງກັນ ເຊິ່ງດຳເນີນໃນວັນທີ 25 ກັນຍາ. ກ່າວຄຳເຫັນທາງໂທລະພາບແຫ່ງຊາດ ທ່ານນາຍົກລັດຖະມົນຕີ ອີຣັກ Haider Al Abadi ຖະແຫຼງວ່າ ບັນດາການນຳ ອີຣັກ ຈະບໍ່ປະໃຫ້ປະເທດ ອາຣັບ ນີ້ ກັນຄືນສູ່ໄລຍະມືດມົວໃນອະດີດຕະການອີກ, ພ້ອມທັງ ໃຫ້ຄຳໝັ້ນສັນຍາຈະດຳເນີນບັນດາມາດຕະການຈຳເປັນ ເພື່ອປົກປັກຮັກສາຄວາມເປັນເອກະພາບຂອງ ອີຣັກ.