|
ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຈາ (ພາບ: AFP/TTXVN) |
ທ່ານ ປຣະຢຸດ ໃຫ້ຮູ້ວ່າ, ບັນດາພັກໃໝ່ອາດສາມາດເລີ່ມຈົດທະບຽນເຂົ້າຮ່ວມການເລືອກຕັ້ງໃນວັນທີ 01 ມີນາ. ຫຼັງຈາກນັ້ນ, ບັນດາພັກໃໝ່ ຈຶ່ງຈັດກອງປະຊຸມ, ແຕ່ພຽງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນທີ່ໄດ້ວາງອອກຖືກຕາມກົດລະບຽບຂອງພັກ. ນອກນັ້ນ, ບໍ່ວ່າການເຄື່ອນໄຫວໃດກໍ່ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກ NCPO. ໃນຂະນະນັ້ນ, ບັນດາພັກ ພວມເຄື່ອນໄຫວຈະບໍ່ໄດ້ຮັບອະນຸຍາດຈັດກອງປະຊຸມ.

