(vovworld) - ວັນທີ 02/05, ໃນການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin ຢູ່ນະຄອນ Sochi, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ເອີ້ນລັດເຊຍ ວ່າແມ່ນຄູ່ຮ່ວມມືສຳຄັນໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20). ສ່ວນທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ຈະປຶກສາຫາລືກັບທ່ານນາງນາຍົກລັດຖະມົນຕີເຢຍລະມັນກ່ຽວກັບບັນດາບັນຫາສຳຄັນທີ່ສຸດຄື: ຢູແກຼນ ແລະ ຊີຣີ ແລະ ອາດລວມທັງບັນດາບັນຫາອື່ນໆອີກ.

ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel

(ພາບປະກອບ: EPA/TTXVN)

ຕາມແຜນການ, ທ່ານປະທານາທິບໍດີ Putin ແລະ ທ່ານນາງນາຍົກລັດຖະມົນຕີ Angela Merkel ຈະປຶກສາຫາລືບັນດາບັ້ນຮົບຕ້ານກໍ່ການຮ້າຍ, ສະພາບການຕາເວັນອອກກາງ ແລະ ການປະຕິບັດຂໍ້ຕົກລົງ Minsk ເພື່ອແນໃສ່ແກ້ໄຂວິກິດການຢູແກຼນ. ນອກນັ້ນ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ Merkel ແມ່ນເພື່ອກະກຽມໃຫ້ກອງປະຊຸມສຸດຍອດ G20 ຊຶ່ງຄາດວ່າຈະດຳເນີນຢູ່ເຢຍລະມັນໃນຕົ້ນເດືອນ 07 ຈະມາເຖິງ.