
(ພາບ: VGP/Quang Hiếu)
ກໍ່ໃນຕອນບ່າຍວັນທີ 6/9, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ປະທານສະພາແຫ່ງຊາດ ລາວ ປານີ ຢາທໍຕູ້. ການນຳ 2 ປະເທດໄດ້ເຫັນດີເປັນເອກະສັນວ່າໄລຍະຈະມາເຖິງ 2 ຝ່າຍຕ້ອງສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ສົມທົບກັນກະກຽມໃຫ້ແກ່ກອງປະຊຸມປະຈຳປີຂອງກົມການເມືອງ 2 ປະເທດ ແລະ ກອງປະຊຸມຄັ້ງທີ 39 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນທ້າຍປີນີ້ເປັນຢ່າງດີ… 2 ປະເທດຈະສົມທົບກັບຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໃນແປີ 2017 ຢ່າງຟົດຟື້ນ.
