|
ທ່ານນາຍົກລັດຖະມົນຕີ Abadi ໄດ້ໄປ Mosul ເພື່ອອວຍພອນບັນດາຫົວໜ້າຜູ້ບັນຊາການກອງທັບ (ພາບ: Reuters) |
ກ່ອນໜ້ານັ້ນ, ວັນທີ 09 ກໍລະກົດ, ທ່ານນາຍົກລັດຖະມົນຕີ Abadi ໄດ້ໄປ Mosul ເພື່ອອວຍພອນບັນດາຫົວໜ້າຜູ້ບັນຊາການກອງທັບ ພາຍຫຼັງການຕໍ່ສູ້ຢ່າງດຸເດືອດຢູ່ໜຶ່ງໃນຈຳນວນ 2 ນະຄອນຫຼວງຂອງ IS ເປັນເວລາເກືອບ 9 ເດືອນ.
ໃນວັນທີ 10 ກໍລະກົດ, ລັດຖະມົນຕີການຕ່າງປະເທດອີຢິບ, ລັດຖະມົນຕີການຕ່າງປະເທດຈີນ, ເລຂາທິການໃຫຍ່ສະຫະພັນອາຣັບ ກໍ່ໄດ້ອວຍພອນໄຊຊະນະຂອງລັດຖະບານ, ບັນດາກຳລັງປ້ອງກັນຄວາມສະຫງົບອີຣັກ ໃນບັ້ນຮົບຕ້ານອົງການ IS.

