|
(ພາບ: World News) |
ໃນວັນທີ 10 ມິຖຸນາ, ຄາດວ່າ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ຈະມີການພົບປະກັບການນຳ ສປປ.ເກົາຫຼີ Kim Jong Un ພາຍຫຼັງ ທ່ານໄປຮອດສິງກະໂປ ເພື່ອເຂົ້າຮ່ວມການພົບປະຄັ້ງສຸດຍອດກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 12 ມິຖຸນາ. ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ ກໍຈະມີການພົບປະກັບ ທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 11 ມິຖຸນາ ເຊັ່ນດຽວກັນ.
ໃນຕອນຄ່ຳຂອງວັນດຽວກັນ, ວຽກງານທຸກຢ່າງ ເພື່ອກະກຽມໃຫ້ແກ່ການພົບປະຄັ້ງສຸດຍອດປະຫວັດສາດຄັ້ງທຳອິດລະຫວ່າງການນຳສອງປະເທດ ອາເມລິກາ ແລະ ສປປ.ເກົາຫຼີ ໂດຍປະເທດເຈົ້າພາບສິງກະໂປ ປະຕິບັດຢ່າງສຳເລັດ. ໃນຊຸມວັນຜ່ານມາ, ການຮັບປະກັນຄວາມປອດໄພ ໄດ້ຮັບການເພີ່ມທະວີເປັນພິເສດຢູ່ສິງກະໂປ ແລະ ຈະໄດ້ຮັບການຮັດແໜ້ນຢູ່ຫຼາຍບໍລິເວັນ ໂດຍລັດຖະບານປະກາດວ່າ ມີ “ເຫດການພິເສດ” ນັບແຕ່ວັນທີ 10 ມິຖຸນາເປັນຕົ້ນໄປ. ຄາດວ່າ ການນຳສອງປະເທດ ຈະພົບກັນຢູ່ໂຮງແຮມ Capella ເຊິ່ງຕັ້ງຢູ່ເກາະ Sentosa ຢູ່ທາງທິດໃຕ້ຂອງປະເທດສິງກະໂປ. ບັນຫາຕົ້ນຕໍຂອງກອງປະຊຸມສຸດຍອດລະຫວ່າງອາເມລິກາ - ສປປ.ເກົາຫຼີ ນັ້ນແມ່ນບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ.

