(ພາບ: REUTERS/Janis Laizans)
ວັນທີ 14 ສິງຫາ, ໃນແຈ້ງການໜຶ່ງ, ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ໃຫ້ຮູ້ວ່າ ໄດ້ພົບເຫັນເຮືອບິນບໍ່ມີຄົນຂັບ (UAV) ຢູ່ທາງທິດຕາເວັນອອກ Latvia, ຫ່າງຈາກເຂດຊາຍແດນ ລັດເຊຍ ປະມານ 35 ກມ. ໃນທັນທີ, ສຳພັນທະມິດໄດ້ໃຊ້ເຮືອບິນສູ້ຮົບ Eurofighter ພ້ອມກັບເຮືອບິນ F-16 ຕີສະກັດສຳເລັດ.
ປະຈຸບັນ, ກອງທັບ Latvia ພວມຮີບເຮັ່ງເກັບເອົາສະເກັດເພື່ອຢັ້ງຢືນຕົ້ນກຳເນີດທີ່ມາຂອງເຄື່ອງບິນ. ວົງການເຈົ້າໜ້າທີ່ຂອງ Latvia ຍັງບໍ່ທັນຍົກອອກຂໍ້ສະຫຼຸບເປັນທາງການ, ແຕ່ໃຫ້ຂໍ້ສັງເກດວ່າ UAV ອາດຈະຫຼົງເຂົ້າໄປໃນເຂດນ່ານຟ້າ ຍ້ອນຜົນກະທົບຈາກບັນດາແຮ້ວສົງຄາມເອເລັກໂຕນິກໃນພາກພື້ນ.
ເຫດການເກີດຂຶ້ນໃນສະພາບທີ່ນັບມື້ນັບມີຫຼາຍ UAV ໄດ້ນຳໃຊ້ເຂົ້າໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ເຮັດໃຫ້ເພີ່ມຄວາມສ່ຽງເຮືອບິນບໍ່ມີຄົນຂັບບິນກາຍເຂດຊາຍແດນ ແລະ ບິນເຂົ້າເຂດນ່ານຟ້າຂອງບັນດາປະເທດ ນາໂຕ.
