ແຕ່ວັນທີ 01 ກໍລະກົດ, ຮ່າໂນ້ຍ ໄດ້ຜັນຂະຫຍາຍທົດລອງໄລຍະທີ 1 ແຜນຮ່າງ “ເຂດປ່ອນອາຍພິດຕ່ຳໃນເຂດເສັ້ນທາງອ້ອມຕົວເມືອງເລກ 1 ນະຄອນ ຮ່າໂນ້ຍ” ຢູ່ສ່ວນໜຶ່ງຂອງຕາແສງ ຮວ່ານກຽມ ຢ່າງເປັນທາງການ. ນີ້ແມ່ນບາດກ້າວສຳຄັນໃນແຜນການຈຳກັດຍານພາຫະນະນຳໃຊ້ເຊື້ອເພີງໃນເຂດຕົວເມືອງ, ພ້ອມກັນນັ້ນ ກໍ່ຊຸກຍູ້ວິວັດການຫັນປ່ຽນໄປສູ່ບັນດາຮູບແບບຄົມມະນາຄົມສີຂຽວ, ປະກອບສ່ວນປັບປຸງຄຸນນະພາບອາກາດ ແລະ ຫຼຸດຜ່ອນສະພາບລົດຕິດ.
ລະອຽດແມ່ນ, ໃນໄລຍະທີ 1, ຮ່າໂນ້ຍ ໄດ້ແບ່ງເຂດທົດລອງເປັນ 2 ເຂດດ້ວຍບັນດາມາດຕະການຄຸ້ມຄອງທີ່ແຕກຕ່າງກັນ. ສຳລັບເຂດທີ 1, ຂອບເຂດທົດລອງແມ່ນເຂດຍ່າງຢູ່ໜອງ ຮວ່ານກຽມ ທັງໝົດ, ເຂດຖະໜົນເກົ່າ ຮ່າໂນ້ຍ ແລະ ຕະຫຼາດກາງຄືນ ຮວ່ານກຽມ. ແຕ່ເວລາ 19 – 24 ຊົ່ວໂມງຂອງວັນສຸກ, ວັນເສົາ ແລະ ວັນອາທິດ, ຫ້າມລົດຈັກ ແລະ ລົດໃຫຍ່ເຄື່ອນໄຫວໃນເຂດ, ຍົກເວັ້ນບັນດາຍານພາຫະນະຂຶ້ນກັບການຄຸ້ມຄອງຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ.
ສຳລັບເຂດທີ 2, ຂອບເຂດທົດລອງເປີດກວ້າງໄປສູ່ຄຸ້ມຖະໜົນເກົ່າ ແລະ ເຂດອ້ອມແອ້ມໜອງ ຮວ່ານກຽມ. ຢູ່ເຂດນີ້ເລີ່ມໝູນໃຊ້ມາດຕະການຈຳກັດສຳລັບຍາພາຫະນະນຳໃຊ້ເຊື້ອເພີງ.
ໄປພ້ອມກັບການຈຳກັດການນຳໃຊ້ຍານພາຫະນະສັນຈອນໄປມາ, ຮ່າໂນ້ຍ ກໍ່ກະກຽມລະບົບພື້ນຖານໂຄງລ່າງຮັບໃຊ້ປະຊາຊົນເມື່ອຫັນໄປສູ່ການນຳໃຊ້ຍານພາຫະນະສາທາລະນະ.
ສິ້ນສຸດໄລຍະທີ 1, ນະຄອນຈະສືບຕໍ່ຜັນຂະຫຍາຍໄລຍະທີ 2 ແຕ່ວັນທີ 01 ມັງກອນ 2027 – 31 ທັນວາ 2027) ເປີດກວ້າງການທົດລອງໄປສູ່ບັນດາຕາແສງ ຮວ່ານກຽມ, ເກືອນາມ; ໄລຍະທີ 3 (ແຕ່ວັນທີ 01 ມັງກອນ 2028 – 31 ທັນວາ 2029) ໝູນໃຊ້ຢູ່ໃນເຂດເສັ້ນທາງອ້ອມຕົວເມືອງເລກ 1 ທັງໝົດ.
