|
ພາບ:TTXVN |
ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູ໋ງ ພ້ອມດ້ວຍການນຳກະຊວງຕຳຫລວດ ແລະ ນະຄອນ ຮ່າໂນ້ຍ ເຂົ້າຮ່ວມພິທີປະກາດ. ຕາງຫນ້າໃຫ້ພັກ, ລັດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູ໋ງ ເນັ້ນຫນັກວ່າ ຫາຍເຢືອງ ກາຍເປັນຕົວເມືອງປະເພດ 1 ແມ່ນຂີດໝາຍສຳຄັນ ແມ່ນຄວາມເປັນກຽດ ແລະ ຄວາມເອກອ້າງທະນົງໃຈຂອງອົງຄະນະພັກ, ປະຊາຊົນນະຄອນ ກໍ່ຄືທັງແຂວງ ຫາຍເຢືອງ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ແຂວງ ຫາຍເຢືອງ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ຈິດໃຈປ່ຽນໃຫມ່, ປະດິດສ້າງ ໃນການຊີ້ນຳເພື່ອພັດທະນາເສດຖະກິດ ສັງຄົມໃຫ້ບັນລຸໝາກຜົນສູງສຸດ.

