(ພາບ:Ty Huynh/VOV)
ເຫດການໂດຍຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ເປັນເຈົ້າພາບ, ສູນປະຕິວັດອຸດສາຫະກຳ ຄັ້ງທີ 4 ຢູ່ນະຄອນ ໂຮ່ຈີມິນ ຈັດຂຶ້ນ. ມີຜູ້ແທນຢູ່ພາຍໃນ ແລະ ສາກົນ ກວ່າ 1.500 ຄົນ ເຂົ້າຮ່ວມເຫດການ.
ເນື້ອໃນເວທີປາໄສ ໄດ້ຜັນຂະຫຍາຍຕາມ 4 ເສົາຄຳ້: ບົດບາດຂອງບັນດາຕົວເມືອງໃຫຍ່; ເຕັກໂນໂລຊີບຸກທະລຸ ແລະ ລະບົບຊີວະນາໆພັນນະວັດຕະກຳ; ບັນດາຮູບແບບການຮ່ວມມືໃນສັງກາດໃໝ່; ແລະ ບົດບາດປະຈັນບານຂອງຂົງເຂດເອກະຊົນ ໃນການຊຸກຍູ້ການເຕີບໂຕ ແລະ ນະວັດຕະກຳ.
ທ່ານ ເລເຈື່ອງຢຸຍ, ຜູ້ອຳນວຍການສູນປະຕິວັດອຸດສາຫະກຳ ຄັ້ງທີ 4 ຢູ່ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ທີ່ເວທີປາໄສ, ຄາດວ່າ ຈະປະກາດ 12 ໂຄງການ ທີ່ໄດ້ຮັບອະນຸຍາດລົງທຶນຂອງວິສາຫະກິດຕ່າງປະເທດ ແລະ ວິສາຫະກິດພາຍໃນປະເທດ, ດ້ວຍຍອດທຶນຈົດທະບຽນໃໝ່ກວ່າ 13 ຕື້ໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ກໍ່ຈະປະກາດ, ສະເໜີຕົວບັນຊີລາຍຊື່ 10 ສະມາຊິກຂອງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ. ປະຈຸບັນ, ພວກຂ້າພະເຈົ້າພວມສົ່ງເສີມຖະແຫຼງການຮ່ວມລະຫວ່າງ ນະຄອນ ໂຮ່ຈີມິນ ກັບເວທີປາໄສເສດຖະກິດໂລກ. ເນື້ອໃນຫຼັກແຫຼ່ງຂອງຖະແຫຼງການຮ່ວມແມ່ນການຮ່ວມມືລະຫວ່າງສອງຝ່າຍໃນການຊຸກຍູ້ ແລະ ດຶງດູດແຫຼ່ງກຳລັງສາກົນ, ຮັບໃຊ້ເປົ້າໝາຍເຕີບໂຕ 2 ຕົວເລກຂອງນະຄອນ, ດ້ວຍວິໄສທັດການຮ່ວມມືຮອດປີ 2030”.
