ທ່ານ ຮີງແກັກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ (ພາບ: TTXVN)

ນີ້ແມ່ນເນື້ອໃນ ເຊິ່ງທ່ານ ຮີງແກັກມ້າງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແບ່ງປັນທີ່ການເຮັດວຽກກັບທ່ານ Fukuda Hiroshi ອະດີດເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ການນຳກຸ່ມບໍລິສັດ Sanyo (ຍີ່ປຸ່ນ) ໃນຕອນບ່າຍວັນທີ 23 ພຶດສະພາ.

ໂດຍລະອຽດແມ່ນ, ນະຄອນ ໂຮ່ຈີມິນ ປາດຖະໜາຢາກສຸມໃສ່ການຮ່ວມມືພັດທະນາຂະແໜງອຸດສາຫະກຳຕາມທິດທັນສະໄໝ, ໃຫ້ບຸລິມະສິດບັນດາເຕັກໂນໂລຢີກ້າວໜ້າເພື່ອຮັບໃຊ້ໃຫ້ແກ່ 4 ຂະແໜງອຸດສາຫະກຳຈຸດສຸມຂອງນະຄອນ. ກ່ຽວກັບກະສິກຳ, ໃຫ້ບຸລິມະສິດການຮ່ວມມືພັດທະນາກະສິກຳເຕັກໂນໂລຢີສູງ, ຍູ້ແຮງການໝູນໃຊ້ວິທະຍາສາດການເຕັກນິກເຂົ້າໃນການຜະລິດ ແລະ ຍົກສູງຄຸນນະພາບຜະລິດຕະພັນກະເສດ. ກ່ຽວກັບການທ່ອງທ່ຽວ, ນະຄອນສົ່ງເສີມບັນດານັກລົງທຶນຫັນບັນດາຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບຫລາຍແບບ ຄື:ການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວຊອກຮູ້ວັດທະນະທຳ ແລະ ຮີດຄອງປະເພນີ.