ທ່ານ ເລວັນຄວາ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ມອບຂອງຂວັນໃຫ້ແກ່ທ່ານ Adama Ouane ຜູ້ອຳນວຍອົງການ OIF

ພາບ:hcmcpv.org.vn

ນະທີ່ນີ້, ທ່ານ ເລວັນຄວາ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມີນ ຕີລາຄາສູງບົດບາດຂອງ OIF ໃນບັນດາບັນຫາສາກົນ ແລະ ພາກພື້ນ, ຜ່ານນັ້ນສະແດງໃຫ້ເຫັນການເຕີບໃຫຍ່, ພັດທະນາຂອງອົງການ OIF, ເປັນຕົ້ນແມ່ນການເຄື່ອນໄຫວສ້າງສັນຕິພາບ, ຊຸກຍູ້ການຮ່ວມມືດ້ານການສຶກສາ, ເປີດກວ້າງປະຊາຄົມພາສາຝລັ່ງສາກົນ.

ທ່ານ Adama Ouane ຢືນຢັນວ່າ: ຫວຽດນາມ ເວົ້າລວມ, ນະຄອນໂຮ່ຈິມີນ ເວົ້າສະເພາະ ມີບົດບາດສຳຄັນໃນການພົວພັນ ລະຫວ່າງ OIF ກັບພາກພື້ນ ອາຊີ - ປາຊີຟິກ, ແມ່ນສູນກາງໃນການພັດທະນາປະຊາຄົມພາສາຝລັ່ງ ສາກົນຂອງ OIF ໃນພາກພື້ນ.