ວັນທີ 30 ສິງຫາ, ວົງການເຈົ້າໜ້າທີ່ເນປານໃຫ້ຮູ້ວ່າ ໄດ້ເລີ່ມຝັງສົບຜູ້ເສຍຊີວິດທີ່ໄດ້ພົບເຫັນພາຍຫຼັງໄພພິບັດນ້ຳໄຫຼຊຊຸໃນວັນທີ 26 ສິງຫາ. ກ່ອນໜ້ານັ້ນ, ບັນດາຊາບສົບນີ້ໄດ້ກວດວິໄຈ ADN ແລະ ໝາຍໄວ້ເພື່ອໃຫ້ພີ່ນ້ອງສາມາດຊອກເຫັນ. ພ້ອມກັນນັ້ນ, ສື່ມວນຊົນຈີນ ໄດ້ລົງຂ່າວປ້ອມຕິດຕໍສຸກເສີນແຫ່ງທຳອິດຂອງສະຖານທີ່ Gyirong ເຂດປົກຄອງດ້ວຍຕົນເອງ ໃກ້ກັບເຂດຊາຍແດນຂອງ ເນປານໄດ້ເຂົ້າເຄື່ອນໄຫວແລ້ວ. ປ້ອມຕິດຕໍສຸກເສີນນອນຢູ່ໃກ້ເຂດຊາຍແດນ ເນປານ 1,2 ກີໂລແມັດ, ມີໜ້າທີ່ສະໜອງເຄືອຂ່າຍໂທລະຄົມມະນາຄົມເປັນປົກກະຕິ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັ້ນຍຸດທະສາດກູ້ໄພກູ້ຊີບຜູ້ປະສົບເຄາະຮາຍ, ເປີດທາງ, ຂົນສົ່ງວັດຖຸອຸປະກອນ ແລະ ໜູນຊ່ວຍກຳລັງແນວໜ້າ. ຕາມຂໍ້ມູນໄດ້ອັບເດັດໃນວັນທີ ສິງຫາ ຕາມເວລາຮ່າໂນ້ຍ, ວັນທີ 5 ພາຍຫຼັງເຫດໄພພິບັດ, ຍອດຈຳນວນຜູ້ປະສົບເຄາະຮ້າຍຢູ່ເນປານ ແລະ ຈີນແມ່ນ 797 ຄົນເສຍຊີວິດ ແລະ 3.048 ຄົນຫາຍສາບສູນ. ໃນນັ້ນ, ຝ່າຍ ເນປານຢັ້ງຢືນຈຳນວນຜູ້ຊີວິດເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 781ຄົນ, ມີກວ່າ2.500 ຄົນຫາຍສາບສູນ.
