ຕອນ​ເຊົ້າ​ວັນ​ທີ 25 ສິງ​ຫາ, ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູງ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ທ່ານ Chan Chun Sing ຮອງ​ເລ​ຂາ​ທິ​ການ​ໃຫຍ່ ພັກ​ກະ​ທຳ​ເພື່ອ​ປ​ຊະ​ຊົນ(PAP), ລັດ​ຖະ​ມົນ​ຕີ​ກະ​ຊວງ​ປະ​ສານ​ງານ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ ໄດ້​ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ ຫວຽດ​ນາມ ສິງ​ກະ​ໂປ​ຄັ້ງ​ທີ​ໜຶ່ງ​ດ້ວຍ​ຫົວ​ຂໍ້ “ຮ່ວມ​ກັນມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​: ນຳ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ກັບເຕັກ​ໂນ​ໂລ​ຢີ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຫວຽດ​ນາມ - ສິງ​ກະ​ໂປ​ຂຶ້ນ​ສູ​່​ລະ​ດັບ​ສູງ​ໃໝ່”. ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ, ດ້ວຍ​ສອງ​ເນື້ອ​ໃນ “ນຳ​ພາ​ເພື່ອ​ອະ​ນາ​ຄົດ: ພັດ​ທະ​ນາ ແຫລ່ງ​ຊັບ​ພະ​ຍາ​ກອນມ​ະ​ນຸດ​ກຽມ​ພ້ອມ​ໃຫ້​ແກ່​ອະ​ນາ​ຄົດ” ແລະ ສ້າງ​ຮູບ​ແບບ​ການ​ຮ່ວມ​ມືດ້ານ​ເຕັກ​ໂນ​ໂລ​ຢີ​ໃໝ່: ມຸ່ງ​ໄປ​ເຖິງ​​ພື້ນນະ​ວັດ​ຕະ​ກຳລວມ”, ບັນ​ດາ​ບົດປາ​ໄສຂອງ​ສອງ​ຝ່າຍ​ໄດ້​ສຸມ​ໃສ່ ແລກ​ປ່ຽນ​ກ່ຽວ​ກັບ​ສອງ​ບັນ​ຫາ​ທີ່​ມີ​ບົດ​ບາດ, ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ, ບຳ​ລຸງ​ສ້າງ​ພະ​ນັກ​ງານ, ພັດ​ທະ​ນາ​ມະ​ນຸດ ແລະ ຍົກ​ສູງ​ຄວາ​ມ​ສາ​ມາດ, ເຊື່ອມ​ຕໍ່​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ບຳ​ລຸງ​ສ້າງ​ພະ​ນັກ​ງານ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ​, ມຸ່ງ​ໄປ​ເຖິງ​ການ​ສ້າງຖັນ​ແຖວ​ພະ​ລັກ​ງານ​ມີ​ຈ​ິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ມີ​ຄວາມ​ສາ​ມາດຄຸ້ມ​ຄອງ​ບໍ​ລິ​ຫານ​ທີ່​ທັນ​ສະ​ໄໝ, ມີ​ຄວາມ​ສາ​ມາດ​ວາງ​ນະ​ໂຍ​ໂບາຍ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ເຈິ່ນ​ເກ​ິມ​ຕູ ສະ​ເໜີ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດຖະ​ແຫຼງ​ການ​ຮ່ວມ​ສອງ​ປະ​ເທດ ກ່ຽວ​ກັບ​ຍຸດ​ທະ​ສາດ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ ດ້ວ​ຍ​ວິ​ໄສ​ທັດ​ໄລ​ຍະ​ຍາວ, ສຸມ​ໃສ່​ເຮັດ​ແຈ້ງ​ບັນ​ດາ​ມາດ​ຕະ​ການ, ກົນ​ໄກ​ຫັນເປັນ​ດີ​ເປັນ​ເອ​ກະ​ພາບ​ ແລະ ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ໄລ​ຍະ 2026 - 2030 ໂດຍ​ໄວ. ຮູບ​ແບບ​ການ​ຮ່ວມ​ມື​ໃໝ່​ຕ້ອງ​ເສີມ​ຂະ​ຫຍາຍ​ໄດ້​ບົດ​ບາດ​ຂອງ​ລັດ, ວົງ​ການ​ນັກ​ວິ​ທະ​ຍາ​ສາດ ແລະ ວິ​ສາ​ຫະ​ກິດ, ເປົ້າ​ໝາຍ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ການ​ດຶງ​ດູດການ​ລົງ​ທຶນຫຼື ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີເທົ່າ​ນັ້ນ​ຫາກ​ ມຸ່ງ​ໄປ​ເຖິງ​ການ​ພ້ອມ​ກັນ​ຄົ້ນ​ຄ້​ວາ, ພ້ອມ​ກັນ​ພັດ​ທະ​ນາ, ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ເທື່ອ​ລະ​ກ້າວ, ສ້າງ​ຜະ​ລິດ​ຕະ​ພັນ ແລະ ຄຸນ​ຄ່າ​ໃໝ່​ອີກ​ດ້ວຍ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເຈິ່ນ​ເກິມ​ຕູ້ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນ​ເລ​ຂາ​ທິ​ການ​ໄດ້​ພົບ​ປະ​ກັ​ບ​ທ່ານ​ Tharman Shanmugaratnam ປະ​ທານ​າ​ທິ​ບໍ​ດີ ສິງ​ກະ​ໂປ .