ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 – “ການ​ເຕົ້າ​ໂຮມ​ຂອງ​ບັນ​ດາ​ທ່າ​ເຕີບ​ໂຕ​ໃໝ່​ທົ່ວ​ໂລກ” ດ້ວຍ​ຫົວ​ຂໍ້ “ຈິດ​ໃຈ​ຮ່ວມ​ມື​ໃນ​ສັງ​ກາດ​ໃໝ່” ຈະ​ດຳ​ເນີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26 – 29 ຕຸ​ລາ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ. ເຫດ​ການ​ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ຕໍ່​ບັນ​ດາ​ແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ຊອກ​ຫາ​ບັນ​ດາ​ກຳ​ລັງ​ຜັກ​ດັນ​ເຕີບ​ໂຕ​ໃໝ່​ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ​ພວມ​ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ.

ກ່ອນ​ດຳ​ເນີນ​ເວ​ທີ​ປາ​ໄສ, ວຽກ​ງານ​ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ, ໂຄ​ສະ​ນາ​ໃຫ້​ແກ່​ເຫດ​ການ​ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ຢ່າງ​ເລິກ​ເຊິ່ງ​ໃນຫຼາຍ​ພາ​ຫະ​ນະ​ສື່ມວນ​ຊົນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ສ້າງ​ກຳ​ລັງ​ແຜ່​ກະ​ຈາຍ​ຢ່າງ​ແຮງ. ບັນ​ດາ​ການ​ເຄື່ອນ​ໄຫວ​ບໍ່​ພຽງ​ແຕ່​ສະ​ໜອງ​ຂໍ້​ມູນ​ກ່ຽວ​ກັບ​ເວ​ທີ​ປາ​ໄສ ເທົ່າ​ນັ້ນ ຫາກ​ຍັງ​ແນະ​ນຳ​ທ່າ​ແຮ​ງ​ບົ່ມ​ຊ້ອນ, ບົດ​ບາດ​ເຊື່ອມ​ຕໍ່​ຂອງ​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ທົ່ວ​ໂລກ​ພວມ​ສ້າງ​ບັນ​ດາ​ທ່າ​ເຕີບ​ໂຕ​ໃໝ່.

ກໍ່​ໃນ​ໂອ​ກາດ​ນີ້, ພະ​ແນກ​ລາຍການກະຈາຍສຽງພາກ​ພາ​ສາ​ຕ່າງ​ປະ​ເທດ ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ກໍ່​ໄດ້​ລົງ​ຂ່າວ, ບົດ​ຂຽນ​ກ່ຽວ​ກັບ​ເວ​ທີ​ປ​າ​ໄສ​ດ້ວຍ​ພາ​ສາ ຫວຽດ ແລະ 12 ພາ​ສາ​ອື່ນ ເພື່ອ​ແນ​ໃສ່​ລົງ​ຂ່າວ​ໄປ​ຍັງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ ຢູ່ກວ່າ 70 ປະ​ເທດ ແລະ ເຂດ​ແຄ້ວນ.