ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນ ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ຍາວນານຂອງ ຫວຽດນາມ; ພ້ອມທັງຕີລາຄາສູງເລື່ອງ ສ.ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ ຂອງ ສ.ເກົາຫຼີ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນ ຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae - in ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາ 2018 (ພາບ: vov.vn) |
ທີ່ການໂອ້ລົມສົນທະນາ, ການນຳສອງທ່ານກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

