ວຽກງານຈັດວັນວັດທະນະທຳ ຫວຽດນາມ ຕ້ອງສ້າງຂີດໝາຍຈະແຈ້ງ, ສ້າງກຳລັງຊີວິດອັນຍາວນານ ເພື່ອໃຫ້ວັນນີ້ ກາຍເປັນວັນບຸນຢ່າງແທ້ຈິງ, ປຊຊ ໄດ້ລໍຄອຍ, ເປັນເຈົ້າການເຂົ້າຮ່ວມ. ນີ້ແມ່ນຄຳຊີ້ນຳຂອງທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ທີ່ກອງປະຊຸມທາງໄກທົ່ວປະເທດຊາບຊືມການຜັນຂະຫຍາຍວັນວັດທະນະທຳ ຫວຽດນາມ ຕິດພັນກັບວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດປີ 2026 ຈັດຂຶ້ນໃນຕອນເຊົ້າວັນທີ 12 ຕຸລາຢູ່ ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ ນາງ ຟ້າມທິແທັງຈ່າ ເນັ້ນໜັກວ່າ: ເລື່ອງຕິດວັນວັດທະນະທຳ ຫວຽດນາມ ກັບວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນການສົມທົບກັນທີ່ມີຄວາມໝາຍ.
ເປີດກ້ວາງພື້ນທີ່ວັດທະນະທຳເພື່ອຮັບໃຊ້ ປຊຊ. ເສີມຂະຫຍາຍລະບົບຫໍພິພິຕະພັນ, ຫໍສະໝຸດ, ໂຮງລະຄອນ, ຮູບເງົາ, ເຂດຮ່ອງຮອຍ, ທິວທັດທຳມະຊາດ, ລະບອບລະບຽບວັດທະນະທຳ, ການທ່ອງທ່ຽວ, ລະຫຼີ້ນບັນເທິງຢ່າງຄົບຊຸດ…ສົ່ງເສີມການເປີດປະຕູຢ່າງກວ້າງຂວາງ, ແກ່ຍາວເວລາຮັບໃຊ້, ມີນະໂຍບາຍຫລດຜ່ອນ, ຍົກເວັ້ນຄ່າທຳນຽມໃຫ້ເໝາະສົມ. ຕ້ອງເອົາປະສິທະຜົນທີ່ແທດຈິງ, ກຳລັງແຜ່ກະຈາຍ ແລະ ຄຸນຄ່າແບບຍືນຍົງເປັນໄມ້ຫຼາວັດແທກ…
