ທ່ານ ປະທານາທິບໍດີ ສາທາລະນະລັດເຊັກໂກ Milos Zeman

ການຢ້ຽມຢາມຂອງ ທ່ານປະທານາທິບໍດີສາທາລະນະລັດເຊັກໂກ Milos Zeman ຢູ່ຫວຽດນາມ ແມ່ນແນໃສ່ຢັ້ງຢືນການປັບປຸງ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊົ້້ືອ, ການຮ່ວມມືຫຼາຍດ້ານກັບຫວຽດນາມກວ່າອີກ, ນຳການພົວພັນສອງປະເທດພັດທະນານັບມື້ນັບກວ້າງຂວາງ ແລະ ມີປະສິດທິຜົນກວ່າ. ການຢ້ຽມຢາມກໍ່ແມ່ນໂອກາດເພື່ອໃຫ້ສອງປະເທດ ແລກປ່ຽນທຸກບັນຫາໃນພາກພື້ນ, ສາກົນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.