ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Canberra ເພື່ອດຳເນີນການຢ້ຽມຢາມທາງລັດຖະກິິດ ນິວຊີແລນ ແຕ່ວັນທີ 12 – 14 ສິງຫາ ຕາມຄຳເຊີນຂອງ ທ່ານນາງ Cindy Kiro, ຜູ້ສຳເລັດລາດຊະການ ນິວຊີແລນ. ນີ້ແມ່ນການຢ້ຽມຢາມ ນິວຊີແລນ ຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃນຖານະຕຳແໜ່ງໃໝ່. ການຢ້ຽມຢາມປະກອບສ່ວນປັບປຸງ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເຮັດໃຫ້ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ເລິກເຊິ່ງກວ່າ, ນຳການພົວພັນສອງຝ່າຍ ຫວຽດນາມ - ນິວຊີແລນ ເຂົ້າສູ່ຄວາມແທ້ຈິງ ແລະ ມີປະສິດທິຜົນກວ່າອີກ.

ຫວຽດເກື່ຶອງ