(ພາບ:VOV)
ທີ່ການໂອ້ລົມເຈລະຈາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ສະເໜີໃຫ້ສອງຝ່າຍກຳນົດການຮ່ວມມືທາງລັດຖະສະພາແມ່ນເສົາຄຳ້, ແມ່ນພື້ນຖານສຳຄັນໃນສັງລວມການພົວພັນຮ່ວມມືສອງຝ່າຍ. ເນັ້ນໜັກບົດບາດສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການພັດທະນາຂອງສອງອົງການນິຕິບັນຍັດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ກໍ່ສະເໜີສອງຝ່າຍເພີ່ມທະວີການສົມທົບກັນໃນການຕິດຕາມກວດກາການໂອ້ລົມເຈລະຈາ, ລົງນາມ ແລະ ເສີມຂະຫຍາຍບັນດາເອກະສານ, ຂໍ້ຕົກລົງພື້ນຖານຕ່າງໆ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຫວັງວ່າ ສະພາແຫ່ງຊາດສອງປະເທດຈະຊຸກຍູ້ການສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ກະຈ່າງແຈ້ງ, ໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ການທຸລະກຳລະຫວ່າງສອງ ປະເທດ, ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸກວ່າ 3 – 5 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ.
ສ່ວນທ່ານປະທານສະພາແຫ່ງຊາດ ກົດດີວົວ Patrick Achi ໄດ້ເນັ້ນໜັກຜົນສຳເລັດຂອງ ຫວຽດນາມ ແມ່ນແຫຼ່ງແຮງໃຈໃຫ້ແກ່ບັນດາປະເທດ ອາບຟຣີກາ, ຮູບແບບການພັດທະນາຂອງ ຫວຽດນາມ ແມ່ນເສັ້ນທາງທີ່ ກົດດີວົວ ອາດຈະເລືອກເຟັ້ນໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອສະແດງຄວາມປະທັບໃຈຕໍ່ບັນດາການປະຕິຮູບຂອງສະພາແຫ່ງຊາດ ຫວຽດນາມ ໃນວິທີການເຮັດວຽກ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ທ່ານປະທານສະພາແຫ່ງຊາດ ກົດດີວົວ ຫວັງວ່າ ສະພາແຫ່ງຊາດ ຫວຽດນາມ ຈະແບ່ງປັນບົດຮຽນໃນວຽກງານການສ້າງກົດໝາຍ, ໜູນຊ່ວຍພັດທະນາເສດຖະກິດ, ພິເສດແມ່ນການພັດທະນາຂະແໜງກະສິກຳ, ສິນໃນນຳ້, ບຳລຸງສ້າງດ້ານເຕັກນິກ ແລະ ການສອນວິຊາຊີບ, ຄຸ້ມຄອງການເງິນສາທາລະນະ, ນະວັດຕະກຳ ແລະ ບົດຮຽນໃນການປະຕິຮູບການເຄື່ອນໄຫວຂອງສະພາແຫ່ງຊາດ.
ກ່ຽວກັບການຮ່ວມມືຫຼາຍຝ່າຍ, ການນຳສອງປະເທດຢັ້ງຢືນວ່າ: ສອງປະເທດຈະເພີ່ມທະວີການປຶກສາ, ສືບຕໍ່ສະໜັບສະໜູນກັນໃນບັນດາເວທີປາໄສສາກົນ, ພິເສດແມ່ນບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ຫວັງວ່າ: ກົດດີວົວ ຈະສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນອັນແທ້ຈິງ ກັບສະຫະພາບ ອາບຟຣີກາ (AU) ແລະ ປະຊາຄົມເສດຖະກິດບັນດາປະເທດ ອາບຟຣີກາ ຕາເວັນຕົກ (ECOWAS), ພ້ອມທັງໃຫ້ຮູ້ວ່າ: ຫວຽດນາມ ກຽມພ້ອມເປັນຂົວຕໍ່ເພື່ອໃຫ້ ກົດດີວົວ ເຊື່ອມຕໍ່ກັບ ອາຊຽນ ແລະ ບັນດາປະເທດ ສະມາຊິກ.
Le Tuyet
