ການນຳ ຝລັ່ງ ແລະ ອົດສະຕາລີ ຢ້ຽມຢາມກຳປັ່ນດຳນ້ຳ ຂອງອົດສະຕາລີ ຢູ່ Sydney ເມື່ອປີ 2018. (ພາບ: Getty Images) |
ກ່າວຄຳເຫັນກັບວົງການນັກຂ່າວຢູ່ ນະຄອນຫລວງ Athens ປະເທດ ເກຼັກ, ທ່ານ ປະທານ ຄະນະກຳມະການການທະຫານ NATO, ພົນເຮືອເອກ Rob Bauer ເນັ້ນຫນັກວ່າ: ອົດສະຕາລີ ແມ່ນຄູ່ຮ່ວມມື ແຕ່ບໍ່ຂຶ້ນກັບ NATO. ມີຂໍ້ຕົກລົງຫລາຍສະບັບລະຫວ່າງບັນດາປະເທດອາດຈະສົ່ງຜົນສ້ອນເຖິງ NATO ກ່ຽວກັບດ້ານການເມືອງ. ເຖິງຢ່າງໃດກໍຕາມ ປະຈຸບັນ ສິ່ງນີ້ ຈະບໍ່ສົ່ງຜົນສະທ້ອນເຖິງການຮ່ວມມືດ້ານການທະຫານໃນ NATO.
ສ່ວນ ຝລັ່ງ ສືບຕໍ່ກ່າວຫາ ອົດສະຕາລີ ແລະ ອາເມລິກາ ໄດ້ “ລອກລວງ”ໃນວິກິດການກ່ຽວກັບສົນທິສັນຍາຄວາມໝັ້ນຄົງ, ໃນນັ້ນ Canberra ໄດ້ຍົກເລິກສັນຍາຊື້ກຳປັ່ນດຳນ້ຳຂອງ ຝລັ່ງ ເພື່ອແທນທີ່ດ້ວຍບັນດາກຳປັ່ນຂອງ ອາເມລິກາ.

