ກອງ​ປະ​ຊຸມ​ບັນ​ດາ​ການ​ນຳ​ລັດ​ຖະ​ສະ​ພາ​ຂອງ ອົງ​ການ​ສົນ​ທິ​ສັນ​ຍາ ອັດ​ລັງ​ຕິກ​ເໜືອ (NATO) ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 29 ມິ​ຖຸ​ນາ, ຢູ່​ນະ​ຄອນ Istanbul (ຕວັກ​ກີ), ດ້ວຍ​ຈຸດ​ສຸມ​ແມ່ນ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ການ​ປ້ອງ​ກັນ​ຊາດ ກ່ອນທີ່​ກອງ​ປະ​ຊຸມ​ສຸດຍອດ NATO ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່ Ankara ໃນ​ວັນ​ທີ 7 – 8 ກໍ​ລະ​ກົດ.

ກ່າວ​ຄຳ​ເຫັນ​ໄຂກອງ​ປະ​ຊຸມ, ທ່ານ Marcos Perestrello ​ປະ​ທານ​ສະ​ພາ​ລັດ​ຖະ​ສະ​ພາ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​ລົງ​ທຶນແບບ “ອັດ​ສະ​ລິ​ຍະ​ກວ່າ, ໄວ​ກວ່າ ແລະ ມີ​ການ​ປະ​ສານ​ສົ​ມ​ທົບ​”, ພ້ອມ​ທັງ​ຖື​ວ່າ ການ​ກໍ່​ສ້າງ NATO ໃຫ້ໝັ້ນ​ຄົງ​ເຂັ້ມ​ແຂງ ​ບໍ່​ພຽງ​ແຕ່​ອີງ​ໃສ່ການ​ເພີ່ມ​ລາຍ​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ​ເທົ່າ​ນັ້ນ. ທ່ານ Radmila Shekerinska ຮອງ​ເລ​ຂາ​ທິ​ການໃຫຍ່ NATO ຫວັງ​ວ່າ​ບັນ​ດາ​ສຳ​ພັນ​ທະ​ມິດ​ຈະ​ນຳ​ບັນ​ດາ​ແຜນ​ການ​ລະ​ອຽດ​ມຍັງາ​ ກອງ​ປະ​ຊຸມ ເພື່ອ​ແນ​ໃສ່​ບັນ​ລຸ​ເປົ້າ​ໝາຍ​ລາຍ​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ​​ເທົ່າ ກັບ5% ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ (GDP) ໃນ​ປີ 2035.

ກໍ່​ຢູ່ທີ່ກອງ​ປະ​ຊຸມ, ທ່ານ​ Recep Tayyip Erdogan ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ ກໍ່ຮຽກ​ຮ້ອງ​ນຳ​ປະ​ເທດ​ນີ້​ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ປ້ອງ​ກັນ​ຊາດ ແລະ ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ເອີ​ລົບ ຢ່າງ​ຄົບ​ຖ້ວນ ກ່ອນທີ່​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດ NATO.