ທ່ານ Jean-Claude Juncker ປະທານຄະນະກຳມະການເອີລົບ ແລະ ທ່ານ Michel Barnier ຫົວໜ້າຄະນະນັກເຈລະຈາ Brexit ຂອງ EU ຢູ່ກອງປະຊຸມຂອງລັດຖະສະພາເອີລົບ ຢູ່ ຝລັ່ງ ໃນວັນທີ 18 ກັນຍາ 2019 (ພາບ: TTXVN) |
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Barclay ຢັ້ງຢືນວ່າ ທ່ານ Jean-claude Juncker ປະທານຄະນະກຳມະການ ເອີລົບ (EC) ແລະ ທ່ານ Boris Johnson ນາຍົກລັດຖະມົນຕີ ອັງກິດ ລ້ວນແຕ່ສົ່ງສານທີ່ຈະແຈ້ງວ່າ ອັງກິດ ແລະ EU ອາດຈະບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ. ທ່ານແຈ້ງໃຫ້ຊາບວ່າ ແຜນການຂອງບັນດາຄະນະນັກເຈລະຈາດ້ານເຕັກນິກຂອງສອງຝ່າຍຈະໂຮມປະຊຸມໃນອາທິດ ແລະ ການພົບປະລະຫວ່າງທ່ານນາຍົກລັກຖະມົນຕີ Johnson ແລະ ທ່ານປະທານສະພາເອີລົບ Donald Tusk ຢູ່ນອກກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສປຊ ໃນອາທິດຈະມາເຖິງ.
