ທ່ານນາຍົກລັດຖະມົນຕີ Boris Johnson ປະກາດຕົກລົງລາອອກຈາກຕຳແໜ່ງ (ພາບ: AFP/TTXVN) |
ປັດຈຸບັນມີຜູ້ສະໝັກຮັບເລືອກຕັ້ງ 11 ທ່ານໄດ້ປະກາດຈະເຂົ້າຮ່ວມການເລືອກຕັ້ງ. ຊື່ ແລະ ນາມສະກຸນຂອງຜູ້ສືບທອດໜ້າທີ່ຈະໄດ້ຮັບການປະກາດໃນວັນທີ 5 ກັນຍາ ປີ 2022, ພາຍຫຼັງການເລືອກຕັ້ງຄັ້ງສຸດທ້າຍໃນພັກ. ຕາມບັນດາຂໍ້ກຳນົດຂອງຄະນະກຳມະການ 1922 ເຊິ່ງ ແມ່ນບ່ອນເຕົ້າໂຮມບັນດາສະມາຊິກພັກອະນຸລັກນິຍົມ ແລະ ຮັບຜິດຊອບກ່ຽວກັບບັນດາກົດລະບຽບຂອງພັກນີ້, ເພື່ອກາຍເປັນຜູ້ສະໝັກຮັບເລືອກຕັ້ງເຂົ້າຮ່ວມການແຂ່ງຂັນເຂົ້າເປັນການນຳຂອງພັກອະນຸລັກນິຍົມ. ຄັ້ງສຸດທ້າຍຈະດຳເນີນໃນວັນທີ 4 ກັນຍາ, ມີສະມາຊິກພັກອະນຸລັກນິຍົມ ນັບແສນຄົນຈະໄດ້ບ່ອນປັດເລືອກຕັ້ງໂດຍກົງ ເພື່ອເລືອກຕັ້ງຜູ້ທີ່ໄດ້ຮັບໄຊຊະນະ ແລະ ໝາກຜົນຈະໄດ້ຮັບການປະກາດໃນວັນທີ 5 ກັນຍາ.

