ຕາມຂໍ້​ຕົກ​ລົງ, ຈຳ​ນວນ​ເງິນ​ປະ​ມານ 500 ລ້ານ​ປອນ ໄດ້​ໃຊ້​ເພື່ອ​ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ກົດ​ໝາຍ​ ຢູ່​ບັນ​ດາ​ຫາດ​ຊາຍ​ທະ​ເລ​ຢູ່​ທາງ​ພາກ​ເໜືອ ຝະ​ລັ່ງ. ແຜນ​ການ​ລວມ​ທັງ​ການ​ຜັນ​ຂະ​ຫຍາຍ​ພະ​ລາ​ກອນ​ເກືອບ 1100 ຄົນ​ຂຶ້ນ​ກັບ​ກຳ​ລັງ​ຕຳຫຼວດ, ນັກ​ສືບ ແລະ ທະ​ຫານ ເພື່ອ​ແນ​ໃສ່​ສະ​ກັດ​ກັນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ການ​ຂ້າມ​ຊາຍ​ແດນ​ນັບ​ແຕ່​ຈຸດ​ເລີ່ມ​ຕົ້ນ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ຈຳ​ນວນ​ເງິນ​ປະ​ມານ 160 ລ​້ານ​ປອນ​ທີ່​ຍັງ​ເຫຼືອ ຈະ​ໄດ້​ຮັບ​ການ​ປ່ອຍ​ເງິນ ຖ້າ​ຫາກວ່າ​ບັນ​ດາ​ມາດ​ຕະ​ການ​ໃຫ່​ມ​ພິ​ສູດ​ໄດ້​ປະ​ສິດ​ທິ​ຜົນ, ກົງ​ກັນ​ຂ້າມ, ແຫຼ່ງ​ເງິນ​ອຸ​ປະ​ຖຳ​ອາດ​ຈະ​ຖືກ​ຫລຸດ​ລົງ​ພາຍຫຼັງ​ເວ​ລາ 1 ປີ.

ວົງ​ການ​ນັກ​ສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ ໄດ້​ສ່ອງ​ແສງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໄດ້​ເພີ່ມ​ຂຶ້ນ​ຂອງ ລອນດອນ ໃນ​ການກວດ​ກາ​ເຂດ​ຊາຍ​ແດນ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ເອື້ອຍ​ອີງ​ທີ່​ນັບ​ມື້​ນັບຫຼາຍ​ເຂົ້າ​ໃນ​ການ​ຮ່ວມ​ມື​ກັບ ປາ​ຣີ.