, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov (ພາບ: AFP/TTXVN)

ສະຖານທູດ ອາເມລິກາ ປະຈຳ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຮັກສາຄຳໝັ້ນສັນຍາເປີດບັນດາຊ່ອງທາງຕິດຕໍ່ພົວພັນກັບ ລັດຖະບານ ລັດເຊຍ ເພື່ອແນໃສ່ຊຸກຍູ້ຜົນປະໂຫຍດຂອງ ອາເມລິກາ ກໍ່ຄືຫຼຸດຜ່ອນຄວາມສ່ຽງໃນການເຂົ້າໃຈຜິດລະຫວ່າງສອງປະເທດ.

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ກໍ່ຍົກອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ໄດ້ປຶກສາຫາລືກັບທ່ານ ເອກອັກຄະລັດຖະທູດ John Sullivan ບັນດາບັນຫາໃນການພົວພັນສອງຝ່າຍ, ແຕ່ບໍ່ໃຫ້ຮູ້ຕື່ມອີກກ່ຽວກັບຂໍ້ມູນລະອຽດ ການພົບປະ.