ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານ Pranay Verma ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງອິນເດຍ ປະຈຳ ຫວຽດນາມ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາຜົນງານເຊິ່ງລັດຖະບານ ແລະ ປະຊາຊົນ ອິນເດຍ ບັນລຸໄດ້ໃນຊຸມປີມໍ່ໆມານີ້, ພິເສດແມ່ນຂະແໜງວິທະຍາສາດ ແລະ ເຕັກໂຍໂລຢີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນນະໂຍບາຍການກະທຳທີ່ມຸ່ງໄປສູ່ທາງທິດຕາເວັນອອກຂອງ ອິນເດຍ. ທ່ານ ຟ້າມບິ່ງມິນ ເຊື່ອໝັ້ນວ່າ ທ່ານ Pranay Verma ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຢ່າງແໜ້ນແຟ້ນເພື່ອຊອກຫາບັນດາມາດຕະການເພີ່ມທະວີການເຊື່ອມຕໍ່, ເປີດ ບັນດາຖ້ຽວບິນໂດຍກົງລະຫວ່າງສອງປະເທດຕື່ມອີກເພື່ອແນໃສ່ເປີດກ້ວາງການພົວພັນການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ.

ສ່ວນທາງ Pranay Verma ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຈະມາເຖິງ, ພິເສດແມ່ນໃນບັນດາຂົງເຂດສຳຄັນຄື: ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ, ນ້ຳມັນ - ອາຍແກັດ ແລະ ວັດທະນະທຳ - ສັງຄົມ.