ໍ
(ພາບ: VGP)
ການຂະຫຍາຍຕົວເສດຖະກິດສູງຕິດພັນກັບເປົ້າໝາຍປ່ອຍອາຍພິດລົງເປັນ 0 ໄດ້ວາງອອກຄວາມຮຽກຮ້ອງຕ້ອງການຊອກຫາບັນດາຮູບແບບຫັນປ່ຽນຢ່າງມີປະສິດທິຜົນ, ທັງເໝາະສົມກັບເງື່ອນໄຂພັດທະນາຂອງແຕ່ລະປະເທດ. ນີ້ແມ່ນບັນດາຈຸດສຸມທີ່ໄດ້ວາງອອກຢູ່ການໂອ້ລົມສົນທະນາ ກຸຍເຍີນກ່ຽວກັບດິນຟ້າອາກາດ ແລະ ການຫັນປ່ຽນ ຄັ້ງທີ 1 ທີ່ໄດ້ດຳເນີນໃນວັນທີ 10 ຕຸລາ ຢູ່ແຂວງ ຢາລາຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ຕ້ອງປະຕິບັດທັງເປົ້າໝາຍການຂະຫຍາຍຕົວເສດຖະກິດບັນລຸສອງຕົວເລກ ແລະ ປ່ອຍອາຍພິດລົງເປັນ 0 ໃນປີ 2050. ເພາະສະນັ້ນ, ຫວຽດນາມ ຕ້ອງເພີ່ມທະວີຄວາມສາມາດເຂົ້າເຖິງແຫຼ່ງທຶນທີ່ສົມເຫດສົມຜົນ, ເປັນເຈົ້າເຕັກໂນໂລຢີ ແລະ ລະດົມບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ການໂອ້ລົມສົນທະນາ ກຸຍເຍີນ ຈະກາຍເປັນຂົວຕໍ່ລະຫວ່າງວົງການວິທະຍາສາດ, ນັກວາງແຜນກຳນົດນະໂຍບາຍ, ອົງການຈັດຕັ້ງສາກົນ ແລະ ວິສາຫະກິດ, ຊຸກຍູ້ການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງເຄືອຂ່າຍການຮ່ວມມືທີ່ຍາວນານ ລະຫວ່າງບັນດານັກວິທະຍາສາດ, ອົງການວາງແຜນກຳນົດນະໂຍບາຍ, ອົງການຈັດຕັ້ງສາກົນ, ລະບົບສະຖາບັນການເງິນ, ວິສາຫະກິດ.
