ຕອນ​ເຊົ້າ​ວັນ​ທີ 10 ສິ​ງ​ຫາ, ຢູ່ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຕາ​ແສງ ບິ່ງ​ລື (ແຂວງລາຍ​ເຈົາ) ໄດ້​ຈັດ​ພິ​ທີ​ໄຫວ້​ອາ​ໄລ ແລະ ປົ່ງ ອັດ​ຖິ​ນັກ​ຮົບ47​ຊຸດ ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ປີ 1951. ເຂົາ​ຮ່ວມ​ພິ​ທີ​ມີ​ທ່ານ​ນາງ ຫງວຽນ​ທິ​ຮົ່ງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. ໃນ​ບັນ​ຍາ​ກາດ​ທີ່​ເຄັ່ງ​ຂຶມ, ບັນ​ດາ​ຜູ້​ແທນ​ໄດ້​ຖ​ະ​ຫວາຍດອກ​ໄມ້, ຈຸດ​ທູ​ບ​ ​ທຽນ​ດ້ວຍ​ຄວາມ​ເຄົາ​ລົບ​ນັບ​ຖືຢູ່​ອະ​ນຸ​ສາ​ວະ​ລີ, ສະ​ຫງວນ​ໜຶ່ງ​ນາ​ທີ​ກົ້ມ​ຫົວ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຢ່າງ​ເລິກ​ເຊິ່ງ ຕໍ່​ບັນ​ດາ​ການ​ອຸ​ທິດ​ສ່ວນ, ການ​ເສຍ​ສະຫຼະ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ນັກ​ຮົບ​ເພື່ອ​ພາ​ລະ​ກິດ​ແຫ່ງ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ພາຍຫຼັງ​ພິ​ທີ​ໄຫວ້​ອາ​ໄລ, ບັນ​ດ​າ​ຜູ້​ແທນ​ໄດ້​ດຳ​ເນີນ​ການ​ຈຸດ​ທູບ​ໃຕ້​ທຽນ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ດ​ຊາດ ແລະ ປະ​ຕິ​ບັດ​ພິ​ທີ​ກຳ​ປົ່ງ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ຢູ່​ທີ່​ນີ້. ຖັດ​ຈາກ​ນັ້ນ, ທ່ານນາງ​ຫງວຽນ​ທິ​ຮົ່ງ​ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ, ການ​ນຳ​ແຂວງ​ລາຍ​ເຈົ້າ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍ; ມອບ​ຂອງ​ຂວັນ 50 ພູດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ເປົ້າ​ໝາຍ​ນະ​ໂຍ​ບາຍທີ່​ທຸກ​ຍາກ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ກັບ​ທາດ​ພິດ​ສີ​ສົ້ມ, ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ ຂອງ​ຕ​າ​ແສງ​ບິ່ງ​ລື.