ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 20 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ງານ​ບຸນ​ປີ​ນີ້ ບໍ່​ພຽງ​ແຕ່​ມຸ່ງ​ໄປ​ເຖິງ​ການ​ເຊີດ​ຊູ​ຂະ​ແໜງ​ສິນ​ຄ້າ​ຖົ່ວ​ລຽນ​ເທົ່າ​ນັ້ນ ຫາກ​ຍັງ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ເຂດ​ດິນ​ແດນ ແລະ ຊາວ ດັກ​ລັກ ໄປເຖິງ​ເພື່ອນ​ມິດ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ​ອີກ​ດ້ວຍ. ທ່ານ ດ່າວ​ໝີ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ, ເນັ້ນ​ໜັກ​ວ່າ:

“ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທຳ, ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່; ພ້ອມ​ທັງ​ແມ່ນ​ເວ​ທີ​ເພື່ອ​ເຊື່ອມ​ຕໍ່​ລະ​ຫວ່າງ​ອຳ​ນ​າດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ຜູ້​ຜະ​ລິດ, ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ຈຳ​ໜ່າຍ, ນັກ​ລົງ​ທຶນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ອີກດ​້ວຍ; ປະ​ກອບ​ສ່ວນ​ຍົກ​ສູງ​ມູນຄ່າ​ຂະ​ແໜງ​ສິນ​ຄ້າ​ຖົ່ວ​ລຽນ, ເປີດກວ້າງ​ຕະຫຼາດ​ບໍ​ລິ​ໂພກ, ຊຸກ​ຍູ້​ການ​ສົ່ງ​ອອກ ແລະ ໂຄ​ສະ​ນາ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ການລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ແຂວງ ດັກ​ລັກ”.

ດ້ວຍ 17 ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນ, ແຂວງ ດັກລັກ ຕັ້ງ​ຄວາມ​ຫວັງ​ວ່າ ງານ​ບຸນ​ດັ່ງ​ກ່າວ​ຈະ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ປະ​ມານກວ່າ 200.000 ເທື່ອ​ຄົນ, ກາຍ​ເປັນ​ເຫດ​ການ​ທ່ອງ​ທ່ຽວ, ອາ​ຫານ​ການ​ກິນ ແລະ ສົ່ງ​ເສີມ​ການ​ຄ້າ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ທ້ອງ​ຖິ່ນ.