ວັນທີ 19 ເມສາ, ຢູ່ເມືອງ Ikuno, ນະຄອນ ໂອຊາກາ (ຍີ່ປຸ່ນ), ງານບຸນວັດທະນະທຳ ຫວຽດນາມ ວາດພາບບຸນໄຫວ້ບູຊາເຈົ້າຊີວິດຮຸ່ງຄັ້ງທີ 9 ໄດ້ດຳເນີນຢ່າງສົມກຽດ, ອົບອຸ່ນ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ເຫດການດຶງດູດການເຂົ້າຮ່ວມຂອງປະຊາຊົນນັບໜຶ່ນຄົນ, ລວມມີປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ຍີ່ປຸ່ນ ພ້ອມກັບຊາວທ້ອງຖິ່ນ ແລະ ເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ.
ກ່າວຄຳເຫັນໄຂງານບຸນ, ທ່ານ ຫງວຽນເຈື່ອງເຊີນ ກົງສູນໃຫຍ່ ຫວຽດນາມ ປະຈຳ ໂອຊາກີ, ເນັ້ນນັກເຖິງຄວາມໝາຍພິເສດຂອງການຮັກສາງານບຸນໃນຕະຫຼອດໄລຍະ 9 ປີຜ່ານມາ. ທ່ານ ຫງວຽນເຈື່ອງເຊີນຖືວ່າ ຄວາມເຊື່ອຖືເຫຼື້ອມໃສບູຊາ ເຈົ້າຊີວິດຮຸ່ງ ໂດຍອົງການ Unesco ຮັບຮອງເອົາ ແມ່ນ ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ, ບໍ່ພຽງແຕ່ແມ່ນສັນຍາລັກຂອງສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ເທົ່ານັ້ນ ຫາກຍັງແມ່ນເສັ້ນຝ້າຍສະໜິດຕິດພັນຈິດໃຈຊາດ ສຳລັບຊາວຫວຽດນາມ ຢູ່ທຸກປະເທດໃນທົ່ວໂລກ. ການວາດພາບບຸນໄຫວ້ບູຊາເຈົ້າຊີວິດຮຸ່ງ ຢູ່ຍີ່ປຸ່ນ ແມ່ນຫຼັກຖານພະຍານອັນຈະແຈ້ງທີ່ສຸດໃຫ້ແກ່ພະລັງຊີວິດຂອງວັດທະນະທຳ ຫວຽດນາມ ແລະ ຈິດໃຈສາມັກຄີຂອງປະຊາຄົມຊາວຫວຽດນາມ ຢູ່ຫ່າງໄກຈາກບ້ານເກີດເມືອງນອນ.
