ງານບຸນບັນດາຊົນເຜົ່າສ່ວນໜ້ອຍຢູ່ ເຊັກໂກ (ພາບ: TTXVN) |
ທ່ານ ຫງວຽນວັນເຕິມ, ຮອງປະທານສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໃຫ້ຮູ້ວ່າ: ນີ້ແມ່ນປີທີ 9 ທີ່ປະຊາຄົມຊາວ ຫວຽດນາມ ເຂົ້າຮ່ວມງານບຸນ. ບັນດາສະມາຄົມ, ໝູ່ຄະນະພ້ອມກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ລ້ວນແຕ່ມີຄວາມພາກພູມໃຈ ແລະ ເຂົ້າຮ່ວມເຫດການວັດທະນະທຳນີ້ຢ່າງສຸດອົກສຸດໃຈ ຍ້ອນວ່າ ຜ່ານງານບຸນນີ້ ພໍ່ແມ່ປະຊາຊົນນັບມື້ນັບຮູ້ສຶກມີຄວາມຜູກພັນ ຕໍ່ປະເທດຕົນເອງພວມດຳລົງຊີວິດກ່ວາອີກ, ກໍ່ຄືປະກອບສ່ວນໂຄສະນາວັດທະນະທຳ ຫວຽດນາມ ຢູ່ບ້ານເກີດເມືອງນອນແຫ່ງທີ 2.

